ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ I ບັນດາກົມກອງເຂດ 8


ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

    ໃນວັນທີ29 ມີນາ 2024 ນີ້, ກອງພັນໃຫຍ່ 605 ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ I ແລະ
ທິດທາງແຜນການປະຈຳໄຕມາດ II ປີ 2024, ຂອງບັນດາກົມກອງເຂດ 8 ຢູ່ອ້ອມຂ້າງກະຊວງປ້ອງກັນປະເທດ, ໂດຍພາຍໃຕ້ການເປັນປະ
ທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງ
ທັບ, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 605, ກອງພັນໃຫຍ່ 279, ກອງພັນໃຫຍ່ 641, ກອງພັນໃຫຍ່ 661, ກອງພັນໃຫຍ່ 703,
ວິທະຍາຄານເຕັກນິກການທະຫານກອງທັບ, ວິທະຍາຄານການແພດກອງທັບ, ໂຮງໝໍສູນກາງ 103 ກອງທັບ, ໂຮງຮຽນທິດສະດີການເມືອງ
ກອງທັບ, ກົມວິທະຍາສາດ-ປະຫວັດສາດການທະຫານ, ຫ້ອງການ ປກຊ-ປກສ ສູນ ກາງ, ຫ້ອງການເມືອງກົມໃຫຍ່ເສນາກອງທັບ ແລະ ຫ້ອງ
ການເມືອງກົມໃຫຍ່ພະລາທິການກອງທັບ ເຂົ້າຮ່ວມ.

     ໃນກອງປະຊຸມ ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງໄດ້ຜັດປ່ຽນກັນຂຶ້ນຜ່ານບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດໜ້າທີ່
ວຽກງານຮອບດ້ານ ປະຈໍາໄຕມາດ I ແລະ ວຽກງານຄົງຄ້າງທີ່ຈະຕ້ອງສຸມໃສ່ໃນຕໍ່ໜ້າ ໂດຍສະເພາະແມ່ນເອົາໃຈໃສ່ປະຕິບັດວຽກງານປິ່ນອ້ອມ
4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ເປັນຕົ້ນແມ່ນຖືເອົາວຽກງານສຶກສາອົບຮົມການເມືອງນໍາພາ-
ແນວຄິດສອດຫ້ອຍເຂົ້າທຸກຂົງເຂດວຽກງານຂອງກົມກອງ ເຮັດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາ
ຂອງພັກເອົາໃຈໃສ່ປະຕິບັດຕາມ 5 ຫຼັກການ 3 ທິດນຳຂອງພັກ ຄຽງຄູ່ກັນນັ້ນກໍໄດ້ຈັດຕັ້ງພະນັກງານ-ວິຊາການລົງກໍ່ສ້າງຮາກຖານການເມືອງ
ແບບມູນເຊື້ອຢູ່ບັນດາເຂດຈຸດສຸມຕ່າງໆ, ສົມທົບແໜ້ນກັບອຳນາດການປົກຄອງທ້ອງຖິ່ນ ເກັບກຳສະພາບການຕ່າງໆ, ເຮັດວຽກປ້ອງກັນຊາດ-
ປ້ອງກັນຄວາມສະຫງົບຢູ່ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບປອດໄພໂດຍພື້ນຖານ, ຈັດຕັ້ງອົບຮົມ-ຫັດແອບວິຊາສະເພາະໃຫ້ມີ
ຄວາມຊຳນິຊຳນານ, ປະກອບສ່ວນເຂົ້າໃນການກໍ່ສ້າງຄ້າຍຄູ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກໍ່ສ້າງກອງ 3
ປອດ, ກອງວັດທະນະທຳ, ນັກຮົບວັດທະນະທຳ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ພາຍໃນກົມກອງ, ເອົາໃຈໃສ່ປະຕິບັດການຮຽນ,
ການສອນໃຫ້ພະນັກງານ-ນັກຮົບ ຂອງບັນດາວິທະຍາຄານຕ່າງໆໄດ້ມີປະສິດທິພາບສູງ, ຄຽງຄູ່ກັນນັ້ນກໍ່ໄດ້ເອົາໃຈໃສ່ປັບປຸງແກ້ໄຂຊີວິດການເປັນ
ຢູ່ຊຸກຍູ້ພະນັກງານ-ນັກຮົບ ສຸມໃສ່ການປູກຝັງ-ລ້ຽງສັດ ເພື່ອຮັບປະກັນຕອບສະໜອງອາຫານໃຫ້ແກ່ກົມກອງ, ຮັບປະກັນຄຸ້ມຄອງບົວລະບັດຜັ
ເຊັດພາຫະນະເຕັກນິກ, ຮັບປະກັນການເຝິກແອບຮໍ່າຮຽນ ເພື່ອຮັບປະກັນການກຽມພ້ອມສູ້ຮົບ ແລະ ສູ້ຮົບຕົວຈິງຮອບດ້ານໃນສະເພາະໜ້າ ແລະ
ຍາວນານຂອງກົມກອງ.

     ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ມີຄໍາເຫັນຊີ້ນໍາບັນດາວຽກງານຕ່າງໆ ໂດຍປິ່ນອ້ອມການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່
26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ພ້ອມທັງ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ສືບຕໍ່ເຮັດໜ້າ
ທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາ-ແນວຄິດ ໃຫ້ບັນດາພະນັກງານ-ນັກຮົບ ມີຄຸນທາດ
ການເມືອງໜັກແໜ້ນ, ເອົາໃຈໃສ່ຈັດຕັ້ງປະຕິບັດກອງປະຊຸມ 3 ຂັ້ນ, ປັບປຸງຊັບຊ້ອນພະນັກງານໃຫ້ສອດຄ່ອງກັບໜ້າທີ່ວິຊາສະເພາະ, ຮັບປະກັນຊີ
ວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ນັບມື້ດີຂຶ້ນ, ເອົາໃຈໃສ່ວຽກງານການບົວລະບັດປົກປັກຮັກສາພາຫະນະເຕັກນິກ, ອາວຸດ-ຍຸດໂທປະກອນ,
ການພົວພັນຮ່ວມມືກັບສາກົນໃຫ້ນັບມື້ຂະຫຍາຍຕົວຂຶ້ນ ແລະ ພ້ອມກັນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ ຮັບປະກັນ
ຂອບເຂດກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ 100 %.

ແຫຼ່ງຂ່າວໂດຍ ເພັງ
ວັນທີ 02/04/2024